ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

Kwek Kee Seng

ອາຊີຕາເວັນອອກແລະປາຊີຟິກ

ລາງວັນ

Up to $5 million

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ລາງວັນເພື່ອຄວາມຍຸຕິທຳມອບເງິນລາງວັນ 5 ລ້ານໂດລາ ສຳລັບຂໍ້ມູນທີ່ນຳໄປສູ່ການຂັດຂວາງກົນໄກທາງການເງິນຂອງບຸກຄົນທີ່ມີສ່ວນພົວພັນໃນກິດຈະກຳສະເພາະໜຶ່ງໆທີ່ສະໜັບສະໜູນ ເກົາຫຼີເໜືອ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ, DPRK), ລວມເຖິງ ການຟອກເງິນ, ການສະແຫວງຫາສິນຄ້າລາຄາແພງໃຫ້ ເກົາຫຼີເໜືອ, ກິດຈະກຳທາງໄຊເບີ້ທີ່ສະເພາະ ແລະ ການກະທຳທີ່ສະໜັບສະໜູນ ການເພີ່ມຂະຫຍາຍ ອາວຸດອານຸພາບທຳລາຍລ້າງສູງ (WMD).

ທ້າວ Kwek Kee Seng ເປັນຄົນສັນຊາດ ສິງກະໂປ ແລະ ເປັນຜູ້ອຳນວຍການ ແລະ ຜູ້ຖືຮຸ້ນບໍລິສັດ Swanseas Port Services (S) Pte Ltd, ຕົວແທນ ການຂົນສົ່ງສິນຄ້າທາງເຮືອ ແລະ ບໍລິສັດດຳເນີນການ ການຂົນຖ່າຍສິນຄ້າທີ່ຕັ້ງຢູ່ ສິງກະໂປ. ລາວໄດ້ສົມຮູ້ຮ່ວມຄິດກັນໃນການເຮັດທຸລະກິດ ແລະ ສະໜອງການບໍລິການທີ່ຖືກຫ້າມໃຫ້ປະເທດ ເກົາຫຼີເໜືອ, ເຮັດໃຫ້ ປະເທດ ສປປ ເກົາຫຼີ ມີຄວາມສາມາດຕໍ່ໂຄງການເພີ່ມຂະຫຍາຍ ນິວເຄຼຍ.

ຕັ້ງແຕ່ຕົ້ນປີ 2019, ທ້າວ Kwek ໄດ້ຊ່ວຍເຫລືອ ແລະ ຊີ້ນຳ ການຂົນສົ່ງ ຜະລິດຕະພັນເປໂຕຣລຽມໃຫ້ ເກົາຫຼີເໜືອ ແລະ ການເຄື່ອນຍ້າຍສິນຄ້າຈາກເຮືອສູ່ເຮືອສຳລັບນ້ຳມັນໃຫ້ ເຮືອບັນທຸກສິນຄ້າຂອງ ເກົາຫຼີເໜືອ, ສະໜອງຊັບພະຍາກອນຕ່າງໆທີ່ສຳຄັນໃຫ້ ບໍລິສັດທີ່ຕັ້ງຢູ່ ເກົາຫຼີເໜືອ ແລະ ໃຫ້ ລັດຖະບານ ເກົາຫຼີເໜືອ. ລາວໄດ້ຮ່ວມຫົວກັນໃນການຟອກເງິນຜ່ານ ລະບົບການເງິນສະຫະລັດໂດຍການການສະໜອງເງິນໂດລາສະຫະລັດໂດຍທາງອ້ອມຜ່ານ ບັນດາບໍລິສັດແນວໜ້າ (Front companies) ເພື່ອປົກປິດຕົ້ນທາງການຊຳລະ ແລະ ສ້າງໂຄງສ້າງການທຸລະກຳເພື່ອຫລີກເວັ້ນການກວດສອບ ແລະ ຫຼີກລ່ຽງການຂວ້ຳບາດ.

ໃນວັນທີ 23 ເມສາ 2021, ທ້າວ Kwek Kee Seng ຖືກຕັ້ງຂໍ້ຫາໂດຍລັດຖະບານສະຫະລັດ ສຳລັບຂໍ້ຫາການສົມຮູ້ຮ່ວມຄິດກັນໃນການດຳເນີນການຟອກເງິນລະຫວ່າງປະເທດ.

ພວກເຮົາສົ່ງເສີມໃຫ້ທຸກໆຄົນທີ່ມີຂໍ້ມູນຂອງ ທ້າວ Kwek Kee Seng ຕິດຕໍ່ ລາງວັນເພື່ອຄວາມຍຸຕິທຳ (RFJ)ຜ່ານ ຊ່ອງທາງການລາຍງານເບາະແສ TOR ທີ່ he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion (ຕ້ອງມີ Tor ບຣາວເຊີ).

ຮູບພາບ:

ໂພສເຕີ້:

ຈຸດທີ່ຕັ້ງທີ່ກ່ຽວພັນ:

ສິງກະໂປ

ຕຳແໜ່ງທີ່ຕັ້ງທີ່ຮູ້ຈັກ:

Cambodia;Cameroon;North Korea;Singapore;St. Kitts and Nevis;Taiwan;Thailand

ວັນເດືອນປີເກີດ:

November 19, 1959

ພົນລະເມືອງ:

Singapore

ສັນຊາດ:

Singapore

ເພດ:

Male

ລວງສູງ:

5’6” (167.6 cm)

ນ້ຳໜັກ:

Approximately 150 lbs (68 kg)

ສີຜົມ:

Black

ສີຕາ:

Brown

ອົງກອນໃນເຄືອ:

Courage Maritime SA;New Eastern Shipping Co., Ltd.;Ocean Bunkering JV;Swanseas Port Services;Swanseas Shipping (S) PTE Ltd.;Visson Electronics Co. Limited

ເຮືອກຳປັ່ນເທິງທະເລທີ່ກ່ຽວຂ້ອງ:

Chong Rim 2;M/T Courageous;Saebyol;Sea Cheeta;Sea Cheetah;Sea Prima;Viet Tin 01

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please open your Line app to submit a tip. The number is +1 202 702 7843

Please open your Viber app to submit a tip. The number is +1 202 702 7843

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content