ແນວຮ່ວມອາລ-ນັສຣາຮ໌ (ANF) ກໍ່ຕັ້ງຂຶ້ນໃນຊ່ວງທ້າຍຂອງປີ 2011 ໃນເວລາທີ່ ຜູ້ນຳ ອາລ-ໄກດາ ໃນອີຣັກ (AQI) ໃນຕອນນັ້ນ Abu Bakr al-Baghdadi ໄດ້ສົ່ງ ຜູ້ນຳ ANF, Muhammad al-Jawlani ໄປທີ່ປະເທດຊີຣີເພື່ອຈັດຕັ້ງໜ່ວຍກໍ່ການຮ້າຍ. ໃນເດືອນເມສາ 2013, al-Jawlani ສັນຍາວ່າຈະສະຫວາມິພັກຕໍ່ຜູ້ນຳ AQ Ayman al-Zawahiri. ANF ແຍກຕົວອອກຈາກ AQI ແລະກາຍເປັນອົງກອນອິດສະຫຼະໜຶ່ງ. ໃນເດືອນມັງກອນ 2017, ANF ໂຮມຕົວເຂົ້າກັບກຸ່ມຝ່າຍຕໍ່ຕ້ານທີ່ຍຶດໝັ່ນໃນຫລັກການຫລາຍໆກຸ່ມເພື່ອກໍ່ຕັ້ງ ກຸ່ມຫົວຮຸນແຮງຮາຢັດ ຕາຫຣິກ ອາລ ແຊມ (Hayat Tahrir al-Sham, HTS). ANF ຍັງຄົງເປັນເຄືອຂ່າຍຂອງ ອາລ –ໄກດາໃນຊີເຣຍ.
ເປົ້າໝາຍທີ່ໄດ້ກ່າວໄວ້ຂອງ ANF ແມ່ນໂຄ້ນລົ້ມ ລັດຖະບານອາສຊາດຂອງຊີເຣຍ ແລະ ສ້າງຕັ້ງ ລັດອິສລາມຊູນນີຂຶ້ນແທນ. ANF ສຸມໃສ່ຢູ່ໃນເຂດ ແລະ ຄວບຄຸມສ່ວນອານາເຂດໃນຊີເຣຍຕາເວັນຕົກສຽງເໜືອ, ບ່ອນທີ່ເປັນທະຫານຝ່າຍຕໍ່ຕ້ານ ແລະໃຊ້ ລະດັບອິດທິພົນທີ່ຜັນປ່ຽນຕໍ່ການປົກຄອງທ້ອງຖິ່ນ ແລະ ການວາງແຜນລັບພາຍນອກ. ANF ໄດ້ກໍ່ການຮ້າຍຫລາຍຄັ້ງໃນທົ່ວປະເທດຊີເຣຍ, ມັກຈະມຸ່ງເປົ້າໃສ່ພົນລະເຮືອນ.
ໃນວັນທີ 15 ພຶດສະພາ 2014, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ANF ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ຜ່ານມາ, ໃນວັນທີ 14 ພຶດສະພາ 2014, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ ANF ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ANF, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ANF. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ANF ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.