ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ເທຣີກ ເອ ຕາລີບານປາກີສຖານ (TTP)

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ເທຣີກ ເອ ຕາລີບານປາກີສຖານ (TTP) ແມ່ນ ອົງການກໍ່ການຮ້າຍທີ່ມີຖານທີ່ໃນປະເທດປາກີສຖານ ແລະ ອັຟການີສຖານ, ກໍ່ຕັ້ງໃນປີ 2007. TTP ມີເປົ້າໝາຍໃນການຂັບໄລ່ລັດຖະບານປາກີສຖານອອກຈາກແຂວງ ໄຄເບີຣ໌ ປັຄຕູນຄວາ (Khyber Pakhtunkwa) (ເດີມຮູ້ກັນໃນຊື່ພື້ນທີ່ຊົນເຜົ່າທີ່ປົກຄອງໂດຍສູນກາງ) ແລະ ສ້າງຕັ້ງ ກົດໝາຍອິສລາມໂດຍຜ່ານການກໍ່ການຮ້າຍ. TTP ໄດ້ຮັບຄຳຊີ້ນຳທາງອຸດົມການຈາກ ອາລ-ໄກດາ (AQ), ຂະນະທີ່ອົງປະກອບພື້ນຖານຂອງ ອາລ-ໄກດາ (AQ) ອາໄສ TTP ສຳລັບຄວາມປອດໄພໃນພື້ນທີ່ຕາມຊາຍແດນ ອັຟການີສຖານ–ປາກີສຖານ. ການຈັດການນີ້ໄດ້ໃຫ້ TTP ເຂົ້າເຖິງທັງ ເຄືອຂ່າຍ ຜູ້ກໍ່ການຮ້າຍທົ່ວໂລກຂອງ AQ ແລະຄວາມຊ່ຽວຊານດ້ານການປະຕິບັດການຂອງສະມາຊິກຂອງມັນ.

TTP ໄດ້ປະຕິບັດການ ແລະ ອ້າງຄວາມຮັບຜິດຊອບຕໍ່ ການກໍ່ການຮ້າຍຫລາຍເທື່ອຕໍ່ຕ້ານຜົນປະໂຫຍດຂອງປາກີສຖານ ແລະ ສະຫະລັດ, ລວມເຖິງ ການລະເບີດຟຣີຊີບໂຈມຕີຖານທີ່ຕັ້ງທະຫານສະຫະລັດໃນເມືອງ Khost, ອັຟການີສຖານໃນເດືອນທັນວາ 2009 ເຊິ່ງເຮັດໃຫ້ພົນລະເມືອງ ສະຫະລັດເຈັດຄົນເສຍຊີວິດ ເຊັ່ນດຽວກັນກັບການລະເບີດຟຣີຊີບໃນເດືອນເມສາ 2010 ຕໍ່ຕ້ານ ກົງສຸນສະຫະລັດໃນ ເມືອງເປຊາວາ,ປາກີສຖານ, ເຮັດໃຫ້ພົນລະເຮືອນປາກີສຖານ ເສຍຊີວິດຫົກຄົນ. TTP ຕົກເປັນຜູ້ສົງໄສໃນການມີສ່ວນກ່ຽວພັນກັບການລອບສັງຫານອະດີດນາຍົກຯປາກີສຖານ ທ່ານ Benazir Bhutto ໃນປີ 2007. TTP ໄດ້ຊີ້ນຳ ແລະ ອຳນວຍຄວາມສະດວກຄວາມພະຍາຍາມອັນລົ້ມເຫຼວຂອງ Faisal Shahzad ໃນການຈຸດສະນວນລະເບີດທີ່ຈະຕຸລັດທາມສແຄຣ໌ໃນນະຄອນນີວຢອກ ໃນວັນທີ 1 ພຶດສະພາ 2010.

ໃນວັນທີ 01 ກັນຍາ 2010, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ TTP ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ ແລະ ຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ TTP, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ TTP. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ TTP ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please open your Line app to submit a tip. The number is +1 202 702 7843

Please open your Viber app to submit a tip. The number is +1 202 702 7843

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content