ຮູຣາສ ອັລດິນ (HAD) ແມ່ນກຸ່ມຈີຮາດສັງເກດໃນ ອາລ – ໄກດາ ເຊິ່ງປະກົດຕົວຂຶ້ນໃນປະເທດຊິເຣຍໃນຊ່ວງຕົ້ນປີ 2018 ພາຍຫລັງການແຍກຕົວອອກຈາກ ກຸ່ມຫົວຮຸນແຮງຮາຢັດ ຕາຫຣິກ ອາລ ແຊມ (Hayat Tahrir al-Sham, HTS).
ໃນວັນທີ 10 ກັນຍາ 2019, ກະຊວງ ການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ HAD ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ HAD, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ HAD.