ອົງການກໍ່ການຮ້າຍ ອາບູ ນິດາລ (ANO) ກໍ່ຕັ້ງຂຶ້ນໃນປີ 1974 ພາຍຫລັງແຍກຕົວອອກຈາກ ອົງການປົດປ່ອຍປາເລສຕີນ. ANO ໄດ້ສະໜັບສະໜູນໃນການກຳຈັດອິສຣາເອລ ແລະ ພະຍາຍາມທຳລາຍຄວາມພະຍາຍາມທາງການທູດທີ່ສະໜັບສະໜູນຂະບວນການສັນຕິພາບໃນຕາເວັນອອກກາງ. ກຸ່ມໄດ້ຍອມຮັບຄວາມຜິດຊອບຕໍ່ ການໂຈມຕີຂອງ ຜູ້ກໍ່ການຮ້າຍຫລາຍໆເຫດການ, ລວມເຖິງ ການວາງລະເບີດຖ້ຽວບິນ TWA 840 ແລະການຈີ້ເຮືອບິນຖ້ຽວບິນ Pan Am 73.
ໃນວັນທີ 8 ຕຸລາ 1997, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ANO ເປັນ ອົງການກໍ່ການຮ້າຍຕ່າງປະເທດ (FTO) ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ໃນວັນທີ 1 ມິຖຸນາ 2017, ກະຊວງການຕ່າງປະເທດໄດ້ເພີກຖອນຊື່ຂອງ ANO ເປັນ FTO.