ອາລ-ໄກດາ (AQ) ກໍ່ຕັ້ງຂຶ້ນໂດຍ ໂອສະມະ ບິນລາດິນ (Usama bin Ladi) ໃນປີ 1988 ພ້ອມກັບຄົນອາລັບທີ່ໄດ້ຕໍ່ສູ້ໃນ ອັຟການິສຖານ ການການເຂົ້າຍຶດຄອງໂດຍກອງທະຫານຂອງ ອະດີດ ສະຫະພາບໂຊຫວຽດ. AQ ພະຍາຍາມເພື່ອກຳຈັດອິດທິພົນຕາເວັນຕົກຈາກໂລກມູສລິມ, ໂຄ່ນລົ້ມ ລັດຖະບານປະເທດມູສລິມ “ທີ່ເລີກສັດທາ” ແລະສ້າງຕັ້ງ ລັດແພນອິສລາມ ທີ່ປົກຄອງໂດຍ ການຕີຄວາມໝາຍຂອງຕົນເອງສຳລັບກົດໝາຍອິສລາມ (sharia) ເຊິ່ງໃນທີ່ສຸດຈະຢູ່ໃນສູນກາງຂອງລະບຽບສາກົນອັນໃໝ່. ໂດຍພື້ນຖານເປົ້າໝາຍເຫລົ່ານີ້ຍັງບໍ່ໄດ້ປ່ຽນນັບຕັ້ງແຕ່ການປະກາດເຮັດສົງຄາມກັບ ສະຫະລັດອາເມລິກາຢ່າງເປີດເຜີຍໃນປີ 1996. AQ ໄດ້ສູນເສຍຜູ້ປະຕິບັດການລະດັບອາວຸໂສ ແລະລະດັບປານກາງຈຳນວນບໍ່ໜ້ອຍຕໍ່ກັບຄວາມພະຍາຍາມການປາບປາມການກໍ່ການຮ້າຍ, ແຕ່່ວ່າສືບຕໍ່ໃນການຮັບສະໝັກ, ວາງແຜນ, ກະຕຸ້ນ ແລະ ດຳເນີນການໂຈມຕີ. AQ ມີອົງກອນຕ່າງໆໃນສັງກັດຂອງມັນໃນຕາເວັນອອກກາງ, ອາຝຣິກາ ແລະ ອາຊີ ແລະ ຄວາມແຂງແຮງຂອງມັນແມ່ນມີຄວາມສຳຄັນໃນອົງກອນຢູ່ໃນສັງກັດເຫລົ່ານີ້.
AQ ຮັບຜິດຊອບສຳລັບການໂຈມຕີທີ່ມີການບາດເຈັບລົ້ມຕາຍເປັນວົງກວ້າງ, ຂະໜາດໃຫ່ຍຫລາຍເຫດການ. AQ ໄດ້ປະຕິບັດການວາງລະເບີດສາມຄັ້ງເພື່ອໂຈມຕີກອງທະຫານ ສະຫະລັດໃນ ເອເດນ, ປະເທດເຢເມນປີ 1992 ແລະອ້າງຄວາມຮັບຜິດຊອບໃນການຍິງຍົນເຮລິຄອບເຕີ ສະຫະລັດຕົກ ແລະ ສັງຫານທະຫານສະຫະລັດໃນໂຊມາເລຍໃນປີ 1993. AQ ຍັງໄດ້ປະຕິບັດການການວາງລະເບີດ ສະຖານທູດສະຫະລັດໃນເດືອນສິງຫາ 1998 ໃນ ໄນໂຣບີ ແລະ ດາຣ ເອສ ຊາລາມ ເຊິ່ງເຮັດໃຫ້ 224 ຄົນເສຍຊີວິດ ແລະບາດເຈັບຫລາຍກວ່າ 5,000 ຄົນ. ໃນເດືອນ ຕຸຸລາ 2000, AQ ປະຕິບັດການການລະເບີດຟຣີຊີບເທິງເຮືອ USS Cole ໃນທ່າເຮືອຂອງເອເດນດ້ວຍເຮືອບັນທຸກລະເບີດ ເຊິ່ງເຮັດໃຫ້ລູກເຮືອຂອງກອງທັບເຮືອສະຫະລັດ 17 ຄົນເສຍຊີວິດ ແລະ ຫລາຍກວ່າ 30 ຄົນໄດ້ຮັບບາດເຈັບ. ໃນວັນທີ 11 ກັນຍາ 2001, ສະມາຊິກຂອງ AQ 19 ຄົນໄດ້ຈີ້ເຮືອບິນໂດຍສານສະຫະລັດສີ່ລຳ ແລະບັງຄັບເຮືອບິນນັ້ນຕົກ– ສອງລຳໄດ້ຕຳກັບ ເວີລ ເທຣດ ເຊັນເຕີ (World Trade Center) ໃນນະຄອນນິວຢອກ, ໜຶ່ງລຳຕົກລົງໃສ່ ສຳນັກງານກະຊວງປ້ອງກັນປະເທດ ຫລື ເພນຕາກອນ (Pentagon) ແລະ ລຳສຸດທ້າຍຕົກລົງໃນທົ່ງທີ່ Shanksville, Pennsylvania. ເຫດການໂຈມຕີ 9/11 ເຮັດໃຫ້ມີຄົນເສຍຊີວິດປະມານ 3,000 ຄົນ.
ໃນວັນທີ 08 ຕຸລາ 1999, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ AQ ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ຕາມທີ່ໄດ້ແກ້ໄຂ. ໃນວັນທີ 23 ກັນຍາ 2021, ກຸ່ມ AQ ມີຊື່ໃນພາກຜນວກກັບ ຄຳສັ່ງພິເສດຂອງຝ່າຍບໍລິຫານ13224. ຍ້ອນການຕັ້ງຊື່ນີ້ ແລະ ພ້ອມກັບຜົນຕາມມາອື່ນໆ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ AQ ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ກຸ່ມ AQ. ນອກຈາກນັ້ນ, ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ AQ ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.