ອາລ-ໄກດາ ໃນແຫລມອາຣັບ (AQAP) ແມ່ນກຸ່ມຫົວຮຸນແຮງທີ່ມີຖານຢູ່ປະເທດເຢເມນ ເຊິ່ງປາກົດຕົວຂຶ້ນໃນເດືອນມັງກອນ 2009 ແລະຕາມດ້ວຍການເຕົ້າໂຮມກັນຂອງ ຜູ້ກໍ່ການຮ້າຍຊາວເຢເມນ ແລະ ຊາວຊາອຸ. ເປົ້າໝາຍທີ່ໄດ້ກ່າວໄວ້ຂອງ AQAP ລວມມີການສ້າງຕັ້ງລັດອິສລາມ ຫຼື caliphate ແລະການປະຕິບັດກົດໝາຍອິສລາມທີ່ເຂັ້ມງວດ (Sharia) ໃນແຫລມອາລັບ ແລະ ຂອບເຂດ ຕາເວັນອອກກາງ. AQAP ໄດ້ເອົາຜົນປະໂຫຍດຂອງ ສະຫະລັດ ແລະຕາເວັນຕົກເປັນເປົ້າໝາຍໃນແຫລມອາລັບກໍ່ຄືໃນຕ່າງປະເທດ. ກຸ່ມໄດ້ອ້າງຄວາມຮັບຜິດຊອບຕໍ່ການກໍ່ການຮ້າຍຫລາຍເຫດການ, ລວມທັງ ການບຸກໂຈມຕີຫ້ອງການໜັງສືພິມການສຽດສີ Charlie Hebdo ໃນກຸງປາຣີ ເຊິ່ງສັງຫານ 12 ຄົນ.
AQAP ແມ່ນ ອົງກອນຢູ່ໃນສັງກັດຂອງ AQ ແລະ ຜູ້ບັນຊາການຂອງ AQAP ເຮັດວຽກກັບຜູ້ນຳ AQ ຢ່າງໃກ້ຊິດເພື່ອວາງແຜນການໂຈມຕີ. ມືວາງລະເບີດ al-Asiri ຂອງກຸ່ມ AQAP ໄດ້ວາງແຜນວາງລະເບີດສາຍການບິນໃນວັນຄຣິສມາດປີ 2012 ຫລື ລະເບີດເຊື່ອງຊ່ອນໃນໂສ້ງສະລິບ (underwear bomb) ແລະຍັງໄດ້ສົ່ງລະເບີດປຣິນເຕີໄປໃຫ້ ສະຫະລັດຜ່ານໄປສະນີ.
ໃນວັນທີ 19 ມັງກອນ 2010, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ AQAP ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ ແລະ ຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ AQAP, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ AQAP. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ AQAP ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.