ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ອາລ-ໄກດາ ໃນມາເກັຣບອິສລາມ (AQIM)

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ແຕ່ເດີມຮູ້ຈັກໃນກຸ່ມ Salafist ເພື່ອການເທດສະໜາ ແລະການສູ້ຮົບ, ອາລ-ໄກດາ (GSPC) ໃນມາເກັຣບອິສລາມ (AQIM) ແລະ ໄດ້ເປັນຕົວເປັນຕົນພາຍຫລັງ ກຸ່ມປະກາດການສະຫວາມິພັກຕໍ່ກຸ່ມ ອາລ – ໄກດາ ໃນປີ 2006. ມັນໄດ້ນຳໃຊ້ ວາທະສາດ ແລະ ອຸດົມການຕໍ່ຕ້ານຕາເວັນຕົກຫລາຍຂຶ້ນ ເຖິງແມ່ນວ່າ AQIM ສ່ວນໃຫ່ຍຍັງຄົງເປັນກຸ່ມ ຜູ້ກໍ່ການຮ້າຍທີ່ເອົາພາກພື້ນເປັນຈຸດສຸມໃນຊາເຮລ (Sahel).

AQIM ໄດ້ລົງມືການກໍ່ການຮ້າຍເປັນປະຈຳ, ລວມເຖິງການວາງລະເບີດຟຣີຊີບ, ການບຸກໂຈມຕີພົນລະເຮືອນ ແລະ ການລັກພາຕົວເພື່ອຮຽກຄ່າໄຖ່. ການວາງລະເບີດອາຄານສຳນັກງານໃຫ່ຍ ສປຊ ປີ 2007 ຂອງກຸ່ມ AQIM ແລະ ອາຄານລັດຖະບານອານເຊຣີໃນ ເມືອງແອລເຈຍສ໌ (Algiers), ເຮັດໃຫ້ 60 ຄົນເສຍຊີວິດ. ເດືອນມັງກອນ 2016, AQIM ໄດ້ປະຕິບັດການໂຈມຕີໂຮງແຮມໃນ Burkina Faso ເຮັດໃຫ້ມີຄົນເສຍຊີວິດ 28 ຄົນ ແລະ 56 ຄົນໄດ້ຮັບບາດເຈັບ. ໃນເດືອນມີນາ 2016, AQIM ອ້າງຄວາມຮັບຜິດຊອບໃນການໂຈມຕີຣີຊອດຊາຍຫາດໃນປະເທດ ກົດດີວົວ ເຊິ່ງເຮັດໃຫ້ ຕາຍຫລາຍກວ່າ 16 ຄົນ ແລະ ບາດເຈັບ 33 ຄົນ. ໃນເດືອນມັງກອນ 2017, AQIM ປະຕິບັດການລະເບີດຟຣີຊີບ ເຊິ່ງເຮັດໃຫ້ 50 ຄົນເສຍຊີວິດໃນເມືອງ ກາວ, ປະເທດມາລີ.

ໃນວັນທີ 27 ມີນາ 2002, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ AQIM ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ສະບັບປັບປຸງ. ກ່ອນໜ້ານີ້, ໃນວັນທີ 23 ກັນຍາ 2021, ກຸ່ມ AQIM ມີຊື່ໃນພາກຜນວກກັບ ຄຳສັ່ງພິເສດຂອງຝ່າຍບໍລິຫານ13224 ແລະ ຕໍ່ມາ, ຖືກລົງໂທດພາຍໃຕ້ ມັນເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ AQIM, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ AQIM. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ AQIM ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please open your Signal app to submit a tip. The number is +1 202 702 7843

Please open your Line app to submit a tip. The number is +1 202 702 7843

Please open your Telegram app to submit a tip. The number is +1 202 702 7843

Please open your Viber app to submit a tip. The number is +1 202 702 7843

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content