ອາລ-ສະບາບ (Al-Shabaab) ແມ່ນ ອົງກອນຢູ່ໃນສັງກັດຂອງ ອາລ-ໄກດາ (AQ) ແລະມີຄວາມສຳພັນແໜ້ນໜຽວກັບ ອົງກອນຢູ່ໃນສັງກັດ AQ ອື່ນໆ, ລວມທັງ AQ ໃນແຫລມອາລັບ ແລະ AQ ໃນມາເກັຣບອິສລາມ. ອາລ-ສະບາບ (Al-Shabaab) ກອງທະຫານຂອງອະດີດ ສະພາສານແຫ່ງອິສລາມຂອງໂຊມາເລຍ ທີ່ຄອບຄອງພາກໃຕ້ໂຊມາເລຍ ໃນຊ່ວງຫົກເດືອນສຸດທ້າຍຂອງປີ 2006. ນັບແຕ່ທ້າຍປີ 2006, ອາລ-ສະບາບ (Al-Shabaab) ແລະ ກອງທະຫານທີ່ສຳພັນກັນໄດ້ມີສ່ວນຮ່ວມໃນການສ້າງຄວາມບໍ່ສະຫງົບຮຸນແຮງໂດຍໃຊ້ສົງຄາມກອງໂຈນ ແລະຍຸດທະວິທີ ຜູ້ກໍ່ການຮ້າຍກັບລັດຖະບານສະເພາະການຂອງ ໂຊມາເລຍ.
ອາລ-ສະບາບ (Al-Shabaab) ໄດ້ປະຕິບັດການໂຈມຕີໃນໂຊມາເລຍ, ເຄນຢາ, ອູກັນດາ ແລະຈິບູຕິ. ອາລ-ສະບາບ (Al-Shabaab) ໄດ້ຮັບຜິດຊອບສຳລັບ ການວາງລະເບີດຟຣີຊີບ ວັນທີ 11 ກໍລະກົດ 2010 ໃນ ຄາມປາລາ. ການໂຈມຕີທີ່ເກີດຂຶ້ນໃນຊ່ວງບານໂລກ, ເຮັດໃຫ້ 76 ຄົນເສຍຊີວິດ, ລວມທັງ ຄົນສັນຊາດສະຫະລັດ. ໃນເດືອນກັນຍາ 2013, ອາລ-ສະບາບ (Al-Shabaab) ໄດ້ຈັດຕັ້ງການໂຈມຕີທີ່ສຳຄັນໃນ ຫ້າງເວສເກດ ຫຼື Westgate Mall ໃນ ໄນໂຣບີ. ການປິດລ້ອມຫລາຍວັນເຮັດໃຫ້ມີການຕາຍຂອງພົນລະເຮືອນຢ່າງໜ້ອຍ 65 ຄົນ, ພ້ອມກັບທະຫານ ແລະ ເຈົ້າໜ້າທີ່ຕຳຫລວດ ຫົກຄົນ ແລະ ຫລາຍຮ້ອຍຄົນໄດ້ຮັບບາດເຈັບ. ໃນເດືອນເມສາ 2015, ອາລ-ສະບາບ (Al-Shabaab) ໂດຍມີກອງກຳລັງຕິດອາວຸດປືນ ແລະລະເບີດມືຈຳນວນນ້ອຍ ໄດ້ບຸກໂຈມຕີມະຫາວິທະຍາໄລ Garissa ຂອງປະເທດເຄນຢາ ເຊິ່ງເຮັດໃຫ້ 148 ຄົນເສຍຊີວິດ.
ໃນວັນທີ 18 ມີນາ 2008, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ອາລ-ສະບາບ (Al-Shabaab) ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ສະບັບປັບປຸງ. ຕໍ່ມາ, ໃນວັນທີ 19 ມີນາ 2008, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ ອາລ-ສະບາບ (Al-Shabaab) ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ອາລ-ສະບາບ (Al-Shabaab), ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ອາລ-ສະບາບ (Al-Shabaab). ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ອາລ-ສະບາບ (Al-Shabaab) ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.