ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ລັດອິສລາມໃນອີຣັກ ແລະ ຊີເຣຍ ຫຼື ໄອຊີສ (ISIS)

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ລັດອິສລາມໃນອີຣັກ ແລະ ຊີເຣຍ ຫຼື ໄອຊີສ (ISIS) ກໍ່ຕັ້ງຂຶ້ນຈາກກຸ່ມຄົນຈາກ ອາລ-ໄກດາ ໃນອີຣັກ (AQI). ກຸ່ມນີ້ໄດ້ໃຊ້ ໄອຊີສ ຫລື ISIS ເປັນຊື່ໃນການສະແດງຄວາມທະເຍີທະຍານໃນເຂດພາກພື້ນຂອງຕົນ ເນື່ອງຈາກມັນໄດ້ຂະຫຍາຍການປະຕິບັດການອອກ ເພື່ອກວມເອົາ ຄວາມຂັດແຍ່ງຂອງຊີເຣຍ. ISIS ໄດ້ນຳພາໂດຍ Abu Bakr al-Baghdadi, ຜູ້ທີ່ໄດ້ປະກາດສ້າງຕັ້ງ ລັດອິສລາມ (Islamic caliphate) ໃນເດືອນ ມິຖຸນາ 2014. ລາວຖືກຂ້າຕາຍໃນວັນທີ 27 ຕຸລາ 2019 ໃນເວລາການປະຕິບັດການເຂົ້າຈັບຕົວລາວຂອງທະຫານສະຫະລັດ. ISIS ສວຍໃຊ້ປະໂຫຍດຈາກຄວາມຂັດແຍ່ງໃນຊີເຣຍ ແລະ ຄວາມຕຶງຄຽດກ່ຽວກັບນິກາຍຍ່ອຍໆໃນສາສະໜາໃນປະເທດອີຣັກ, ເຊິ່ງເຮັດໃຫ້ພວກເຂົາສາມາດຄວບຄຸມອານາເຂດໃນທັງສອງປະເທດ. ໃນປີ 2019, ກອງກຳລັງທະຫານປະສົມທົ່ວໂລກພິຊິດກຸ່ມ ISIS — ປະກອບດ້ວຍຫລາຍຊາດຄູ່ຮ່ວມມື ແລະ ສະຖາບັນສາກົນ — ໄດ້ປົດປ່ອຍອານາເຂດທັງໝົດທີ່ຖືກຄວບຄຸມໂດຍກຸ່ມ ISIS ໃນຊີເຣຍແລະ ອີຣັກ. ຄວາມພະຍາຍາມຕ້ານກັບກຸ່ມໃນອີຣັກ, ຊີເຣຍ ແລະປະເທດອື່ນໆສືບຕໍ່ໄປ.

ໃນເດືອນພະຈິກ 2015, ISIS ໄດ້ປະຕິບັດການໂຈມຕີແບບປະສານງານກັນເປັນລຳດັບໃນປາຣີ ເຊິ່ງເຮັດໃຫ້ມີຄົນເສຍຊີວິດເກືອບ 130 ຄົນ, ລວມທັງຄົນອາເມລິກາໜຶ່ງຄົນ ແລະ ບາດເຈັບຫລາຍກວ່າ 350 ຄົນ. ໃນເດືອນມີນາ 2016, ISIS ກຳກັບສອງການໂຈມຕີໃນເວລາດຽວກັນໃນ ບຣູເຊລ ເຊິ່ງເຮັດໃຫ້ມີຄົນຕາຍ 32 ຄົນ, ລວມທັງ ຄົນສັນຊາດ ສະຫະລັດສີ່ຄົນ ແລະ ຫລາຍກວ່າ 250 ຄົນໄດ້ຮັບບາດເຈັບ. ໃນເດືອນ ມິຖຸນາ 2016, ມືປືນຄົນໜຶ່ງທີ່ໄດ້ສະຫວາມິພັກຕໍ່ ISIS ໄດ້ສັງຫານ 49 ຄົນ ແລະ ເຮັດໃຫ້ບາດເຈັບອີກ 53 ຄົນທີ່ ສະຖານບັນເທິງໄນທ໌ຄລັບໃນ Orlando, Florida. ໃນເດືອນ ກໍລະກົດ 2016, ISIS ອ້າງຄວາມຮັບຜິດຊອບການໂຈມຕີ ເຊິ່ງ ຜູ້ກໍ່ການຮ້າຍໄດ້ຮັບລົດບັນທຸກສິນຄ້າ ຕຳຝູງຊົນທີ່ແອອັດໃນເມືອງ Nice, ຝຣັ່ງ ໃນຊ່ວງການສະຫລອງວັນຊາດຝຣັ່ງ ຫລື Bastille Day, ສົ່ງຜົນໃຫ້ 86 ຄົນເສຍຊີວິດ, ລວມທັງຄົນສັນຊາດສະຫະລັດສາມຄົນ. ເດືອນມັງກອນ 2019, ISIS ອ້າງຄວາມຮັບຜິດຊອບຕໍ່ການລະເບີດຟຣີຊີບໃນຮ້ານອາຫານທີ່ເມືອງ Manbij, ປະເທດຊີເຣຍ, ເຊິ່ງເຮັດໃຫ້ 19 ຄົນເສຍຊີວິດ, ຄົນອາເມລິກາສີ່ຄົນ. ໃນວັນອາທິດຂອງວັນອີສເຕີປີ 2019 ໃນປະເທດສີລັງກາ, ຜູ້ກໍ່ການຮ້າຍທີ່ຮັບແຮງຈູງໃຈຈາກກຸ່ມໄອຊີສ ໄດ້ປະຕິບັດການລະເບີດຟຣີຊີບແບບປະສານກັນໃນໂບດຫລາຍແຫ່ງ ແລະ ໂຮງແຮມ, ເຫດການນີ້ມີຄົນເສຍຊີວິດຫລາຍກວ່າ 250 ຄົນ, ຄົນສັນຊາດ ອາເມລິກາຫ້າຄົນ.

ໃນວັນທີ 17 ທັນວາ 2004, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ AQI (ຊື່ປັດຈຸບັນ ISIS) ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ຜ່ານມາ, ໃນວັນທີ 15 ຕຸລາ 2004, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ AQI ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ISIS, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ISIS. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ISIS ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please open your Line app to submit a tip. The number is +1 202 702 7843

Please open your Viber app to submit a tip. The number is +1 202 702 7843

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content