ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ກຸ່ມ ISIS ໃນແຜ່ນດິນໃຫ່ຍຊາຮາຣາ (ISIS-GS)

ອາຝຣິກາ – ຊະຮາຣາ

ທ່ານເຮັດສ່ວນຂອງທ່ານ.

ກ່ຽວກັບ

ກຸ່ມ ISIS ໃນແຜ່ນດິນໃຫ່ຍຊາຮາຣາ (ISIS-GS) ກໍ່ຕັ້ງຂຶ້ນໃນປີ 2015 ພາຍຫລັງແຍກຕົວອອກຈາກ ອາລ-ມູຣາບິທູນ (Al-Mourabitoun), ແມ່ນກຸ່ມທີ່ແຍກອອກຈາກ ອາລ –ໄກດາ ແລະ ໄດ້ສາບານສະຫວາມິພັກຕໍ່ກຸ່ມ ISIS. ໃນເບື້ອງຕົ້ນແມ່ນມີຖານທີ່ໜັ້ນໃນມາລີ ແລະປະຕິບັດການຕາມຊາຍແດນ ມາລີ–ໄນເຈີ, ກຸ່ມຍັງເຄື່ອນໄຫວໃນ Burkina Faso ເຊັ່ນດຽວກັນ. ISIS-GS ໄດ້ອ້າງຄວາມຮັບຜິດຊອບຕໍ່ການໂຈມຕີຫລາຍຄັ້ງ, ລວມເຖິງ ການໂຈມຕີການລາດຕະເວນຮ່ວມຂອງ ສະຫະລັດ–ໄນເຈີໃນເຂດ ຕອນໂກ ຕອນໂກ, ປະເທດໄນເຈີ ໃນວັນທີ 4 ຕຸລາ 2017 ເຊິ່ງເຮັດໃຫ້ທະຫານສະຫະລັດສີ່ຄົນ ແລະ ທະຫານໄນເຈີສີ່ຄົນ ເສຍຊີວິດ. ໃນເດືອນ ພະຈິກ 2019, ISIS-GS ໄດ້ເລີ່ມການບຸກໂຈມຕີຖານກອງທັບທະຫານມາລີ ແລະ ເຮັດໃຫ້ ທະຫານ 54 ຄົນເສຍຊີວິດ.

ໃນວັນທີ 23 ພຶດສະພາ 2018, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ ISIS- GS ເປັນ ອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ຜ່ານມາ, ໃນວັນທີ 16 ພຶດສະພາ 2018, ກະຊວງ ການຕ່າງປະເທດໄດ້ຕັ້ງຊື່ ISIS- GS ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ. ດັ່ງນັ້ນ, ຊັບສິນ ແລະ ຜົນປະໂຫຍດໃນຊັບສິນທັງໝົດຂອງ ກຸ່ມ ISIS- GS, ທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ, ພົນລະເມືອງສະຫະລັດແມ່ນຖືກຫ້າມໃນການມີສ່ວນຮ່ວມດຳເນີນທຸລະກຳໃດໆກັບ ISIS- GS. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ ກຸ່ມ ISIS- GS ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content