ກຸ່ມຫົວຮຸນແຮງຮາຢັດ ຕາຫຣິກ ອາລ ແຊມ (Hayat Tahrir al-Sham, HTS) ກໍ່ຕັ້ງໃນປີ 2017 ຈາກການໂຮມຕົວລະຫວ່າງ ແນວຮ່ວມອາລ-ນັສຣາຮ໌ (ANF) ແລະ ກຸ່ມອື່ນຫລາຍກຸ່ມ. HTS ຄວບຄຸມເຂດໃນພາກຕາເວັນຕົກສຽງເໜືອຂອງຊີເຣຍ, ໂດຍມີຈຸດປະສົງເພື່ອໂຄ່ນລົ້ມ ລັດຖະບານ Assad ຂອງຊີເຣຍ ແລະເອົາລັດອິສລາມຊຸນນີຂຶ້ນແທນເພື່ອສົ່ງເສີມແຜນປະຕິບັດການຂອງຕົນເອງເປັນໜຶ່ງ ອົງກອນຢູ່ໃນສັງກັດຂອງ ອາລ –ໄກດາໃນຊີເຣຍ. HTS ໄດ້ຈັບຕົວພົນລະເມືອງອາເມລິກາຫລາຍຄົນເປັນຕົວປະກັນ ນັບຕັ້ງແຕ່ໄດ້ກໍ່ຕັ້ງຂຶ້ນມາ. HTS ແມ່ນກຸ່ມພວກຫົວຮຸນແຮງທີ່ແຍກອອກຈາກຝ່າຍຄ້ານຊີເຣຍ ແລະ ໃຊ້ ລະດັບອິດທິພົນທີ່ຜັນປ່ຽນຕໍ່ການປົກຄອງທ້ອງຖິ່ນ ແລະ ການວາງແຜນລັບພາຍນອກ.
ກຸ່ມຫົວຮຸນແຮງຮາຢັດ ຕາຫຣິກ ອາລ ແຊມ (Hayat Tahrir al-Sham, HTS)
ຕາເວັນອອກໃກ້ – ອາຝຣິກາເໜືອ ແລະ ຕາເວັນອອກກາງ