ກຳລັງທະຫານກອງທັບພິທັກປະຕິວັດອິສລາມ (IRGC-QF), ເປັນສາຂາໜຶ່ງຂອງ IRGC, ເປັນກົນໄກທີ່ສຳຄັນຂອງອີຣ່ານໃນການປູກຝັງ ແລະສະໜັບສະໜູນ ກຸ່ມ ຜູ້ກໍ່ການຮ້າຍໃນຕ່າງປະເທດ. ອີຣ່ານໃຊ້ IRGC-QF ເພື່ອຈັດຕັ້ງປະຕິບັດເປົ້າໝາຍດ້ານ ນະໂຍບາຍຕ່າງປະເທດຂອງຕົນ, ສະໜອງການປົກປ້ອງສຳລັບການປະຕິບັດການດ້ານຂ່າວກອງ ແລະສ້າງ ສະຖຽນລະພາບໃນ ຕາເວັນອອກກາງ. ໃນປີ 2011, ກຸ່ມ IRGC-QF ໄດ້ວາງແຜນສັງຫານ ເອກອັກຄະລັດຖະທູດຊາອຸປະຈຳ ສະຫະລັດອາເມລິກາໃນ ວໍຊິງຕັນ ດີຊີ ໃນ 2012, ຜູ້ລົງມືຂອງ IRGC-QF ໄດ້ຖືກຈັບໃນປະເທດຕວັກກີ ແລະເຄນຢາສຳລັບການວາງແຜນການໂຈມຕີ. ໃນເດືອນມັງກອນ 2018, ເຢຍລະມັນເປີດເຜີຍຕົວຜູ້ກໍ່ການຮ້າຍຂອງກຸ່ມ IRGC ຈຳນວນ 10 ຄົນທີ່ກ່ຽວຂ້ອງໃນແຜນການ ກໍ່ການຮ້າຍໃນ ເຢຍລະມັນ.
ໃນວັນທີ 15 ເມສາ 2019, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ IRGC, ລວມເຖິງ IRGC-QF ເປັນອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ໃນປີ 2017, ກະຊວງການຄັງສະຫະລັດໄດ້ຕັ້ງຊື່ IRGC ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ, ເພື່ອການເຄື່ອນໄຫວຂອງພວກເຂົາໃນການສະໜັບສະໜູນ IRGC-QF. ດັ່ງນັ້ນ, ຊັບສິນທັງໝົດຂອງ IRGC ແລະຜົນປະໂຫຍດໃນຊັບສິນທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ ພົນລະເມືອງສະຫະລັດຖືກຫ້າມໃນການດຳເນີນທຸລະກຳໃດໆກັບ IRGC. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ IRGC ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.