ກອງກຳລັງພິທັກປະຕິວັດອິສລາມ (IRGC), ສ່ວນໜຶ່ງຂອງທະຫານທາງການຂອງອີຣ່ານ, ມີບົດບາດສຳຄັນໃນການໃຊ້ ລັດທິກໍ່ການຮ້າຍຂອງອີຣ່ານ ເປັນເຄື່ອງມືທີ່ສຳຄັນສຳລັບວຽກງານການທູດຂອງອີຣ່ານ. IRGC ວາງແຜນ, ຈັດຕັ້ງ ແລະປະຕິບັດການ ການກໍ່ການຮ້າຍໃນທົ່ວໂລກ. ນອກຈາກນັ້ນ, IRGC ຍັງໄດ້ສ້າງ, ສະໜັບສະໜູນ ແລະ ຊີ້ນຳ ກຸ່ມ ຜູ້ກໍ່ການຮ້າຍອື່ນ. IRGC ຮັບຜິດຊອບຕໍ່ການໂຈມຕີຫລາຍເຫດການໂດຍມຸ່ງເປົ້າໃສ່ ຄົນອາເມລິກາ ແລະ ສິ່ງອຳນວຍຄວາມສະດວກຂອງສະຫະລັດ, ລວມເຖິງ ການໂຈມຕີທີ່ໄດ້ເຮັດໃຫ້ ພົນລະເມືອງ ສະຫະລັດ ເສຍຊີວິດ. ນັບຕັ້ງແຕ່ການກໍ່ຕັ້ງໃນ 1979, IRGC ໄດ້ມີບົດບາດຫລວງຫລາໃນການດຳເນີນ ນະໂຍບາຍຕ່າງປະເທດຂອງປະເທດອີຣ່ານ. ຕອນນີ້ກຸ່ມໄດ້ໃຊ້ອຳນາດແລະອິດທິພົນໃນການຄວບຄຸມພາກສ່ວນໃຫ່ຍຂອງເສດຖະກິດອີຣ່ານ ແລະ ເປັນກຸ່ມທີ່ມີອິດທິພົນໃນການເມືອງພາຍໃນຂອງອີຣ່ານ.
ໃນວັນທີ 15 ເມສາ 2019, ກະຊວງການຕ່າງປະເທດ ສະຫະລັດໄດ້ຕັ້ງຊື່ IRGC, ລວມເຖິງ ກອງທະຫານ IRGC ເປັນອົງການກໍ່ການຮ້າຍຕ່າງປະເທດ ພາຍໃຕ້ຂໍ້ກົດໝາຍ 219 ຂອງກົດໝາຍວ່າດ້ວຍສັນຊາດ ແລະການເຂົ້າເມືອງ ໃນສະບັບປັບປຸງ. ໃນປີ 2017, ກະຊວງການຄັງສະຫະລັດໄດ້ຕັ້ງຊື່ IRGC ເປັນຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮຽກເປັນພິເສດ ອີງຕາມຄຳສັ່ງພິເສດ 13224, ໃນສະບັບປັບປຸງ, ເພື່ອການເຄື່ອນໄຫວຂອງພວກເຂົາໃນການສະໜັບສະໜູນ IRGC-QF. ດັ່ງນັ້ນ, ຊັບສິນທັງໝົດຂອງ IRGC ແລະຜົນປະໂຫຍດໃນຊັບສິນທີ່ຢູ່ໃນພາຍໃຕ້ຂອບເຂດອຳນາດຂອງສະຫະລັດແມ່ນຖືກກີດກັ້ນ ແລະ ໂດຍທົ່ວໄປ ພົນລະເມືອງສະຫະລັດຖືກຫ້າມໃນການດຳເນີນທຸລະກຳໃດໆກັບ IRGC. ຈະມີໂທດໃນການສະໜອງ ຫລື ພະຍາຍາມ ຫລື ຄົບຄິດກັນໃນການສະໜອງ, ການຊ່ວຍເຫລືອດ້ານວັດສະດຸ ຫລື ຊັບພະຍາກອນໃຫ້ IRGC ໂດຍຕັ້ງໃຈ ເຖິງຈະຮູ້ວ່າກະທຳຜິດ.