ຂອບໃຈໃນການເລືອກທີ່ຈະເປັນສ່ວນໜຶ່ງຂອງຊຸມຊົນຂອງພວກເຮົາທີ່ ລາງວັນເພື່ອຄວາມຍຸຕິທຳ. ພວກເຮົາມີຄຳໝັ້ນສັນຍາໃນການປົກປ້ອງ ຂໍ້ມູນສ່ວນຕົວຂອງທ່ານ ແລະ ສິດທິຕໍ່ຄວາມເປັນສ່ວນຕົວຂອງທ່ານ.
ແຈ້ງການຄວາມເປັນສ່ວນຕົວສະບັບນີ້ອະທິບາຍວິທີພວກເຮົາອາດໃຊ້ ຂໍ້ມູນຂອງທ່ານ ຖ້າທ່ານ:
ໃນ ແຈ້ງການຄວາມເປັນສ່ວນຕົວນີ້, ຖ້າພວກເຮົາໝາຍເຖິງ:
ຈຸດປະສົງຂອງ ແຈ້ງການຄວາມເປັນສ່ວນຕົວນີ້ແມ່ນເພື່ອອະທິບາຍໃຫ້ທ່ານກ່ຽວກັບວິທີທີ່ຈະແຈ້ງທີ່ສຸດທີ່ເປັນໄປໄດ້ຕໍ່ກັບຂໍ້ມູນຫຍັງແດ້ທີ່ພວກເຮົາເກັບເອົາ, ພວກເຮົາໃຊ້ມັນແນວໃດ ແລະ ສິດຂອງທ່ານມີຫຍັງແດ່ກ່ຽວກັບຂໍ້ມູນນັ້ນ. ຖ້າຫາກມີຂໍ້ກຳນົດໃດໆໃນ ແຈ້ງການຄວາມເປັນສ່ວນຕົວນີ້ທີ່ທ່ານບໍ່ເຫັນດີ, ກະລຸນາຢຸດສືບຕໍ່ໃຊ້ ການບໍລິການຂອງພວກເຮົາທັນທີ.
ກະລຸນາອ່ານ ແຈ້ງການຄວາມເປັນສ່ວນຕົວນີ້ຢ່າງລະອຽດ, ເພາະມັນຈະຊ່ວຍທ່ານເຂົ້າໃຈວ່າພວກເຮົາເຮັດຫຍັງແດ່ກັບຂໍ້ມູນທີ່ພວກເຮົາເກັບເອົາ.
ໂດຍຫຍໍ້: ຂໍ້ມູນຈຳນວນໜຶ່ງ– ເຊັ່ນວ່າ ທີ່ຢູ່ອິນເຕີເນັດໂປຣໂຕຄໍຂອງທ່ານ (IP) ແລະ/ຫລື ບຣາວເຊີ ແລະຈຸດພິເສດຂອງອຸປະກອນ – ຖືກເກັບກຳອັດຕະໂນມັດເມື່ອທ່ານເຂົ້າມາ ເວັບໄຊທ໌ຂອງພວກເຮົາ.
ພວກເຮົາເກັບເອົາ ຂໍ້ມູນໜຶ່ງໆອັດຕະໂນມັດເມື່ອທ່ານເຂົ້າຊົມ, ໃຊ້ ຫລື ນຳທາງເວັບໄຊທ໌ຂອງພວກເຮົາ. ຂໍ້ມູນນີ້ບໍ່ເປີດເຜີຍຕົວຕົນສະເພາະຂອງທ່ານ (ເຊັ່ນວ່າ ຊື່ ຫລື ຂໍ້ມູນຕິດຕໍ່), ແຕ່ອາດລວມເອົາຂໍ້ມູນອຸປະກອນ ແລະ ການນຳໃຊ້, ເຊັ່ນວ່າ ທີ່ຢູ່ IP, ຈຸດພິເສດຂອງບຣາວເຊີ, ອຸປະກອນຂອງທ່ານ, ລະບົບປະຕິບັດການ, ການຕັ້ງຄ່າພາສາ, URLs ການອ້າງອີງ, ຊື່ອຸປະກອນ, ປະເທດ, ຈຸດທີ່ຕັ້ງ, ຂໍ້ມູນກ່ຽວກັບທ່ານໃຊ້ ເວັບໄຊທ໌ຂອງພວກເຮົາແນວໃດ, ເມື່ອໃດ ແລະ ຂໍ້ມູນທາງເຕັກນິກອື່ນໆ. ຂໍ້ມູນນີ້ແມ່ນຈຳເປັນເພື່ອປົກປ້ອງຄວາມປອດໄພ ແລະ ການປະຕິບັດງານຂອງເວັບໄຊທ໌ພວກເຮົາ ແລະ ສຳລັບການວິເຄາະພາຍໃນ ແລະ ຈຸດປະສົງການລາຍງານຂອງພວກເຮົາ.
ເໝືອນກັບທຸລະກິດຕ່າງໆ, ພວກເຮົາຍັງເກັບເອົາ ຂໍ້ມູນຜ່ານທາງ ຄຸກກີ້ ແລະ ເທັກໂນໂລຊີທີ່ຄ້າຍຄືກັນ.
ຂໍ້ມູນທີ່ພວກເຮົາເກັບເອົາລວມມີ:
ພວກເຮົາໃຊ້ ຂໍ້ມູນສ່ວນຕົວທີ່ເກັບເອົາທາງ ເວັບໄຊທ໌ສຳລັບ ຈຸດປະສົງທາງທຸລະກິດຫລາກຫລາຍທີ່ອະທິບາຍຂ້າງລຸ່ມ.
ພວກເຮົາອາດໃຊ້ ຂໍ້ມູນຂອງທ່ານສຳລັບຈຸດປະສົງຕໍ່ໄປນີ້:
ໂດຍຫຍໍ້: ພວກເຮົາອາດໃຊ້ ຄຸກກີ້ ແລະ ເທັກໂນໂລຊີ ການຕິດຕາມທີ່ຄ້າຍກັນ (ເຊັ່ນ ເວັບບີຄອນ ແລະພິກເຊລ) ເພື່ອເກັບເອົາ ຫລື ເກັບຮັກສາຂໍ້ມູນ.
ຄຸກກີ້ ແລະ ເທັກໂນໂລຊີທີ່ຄ້າຍຄືກັນສາມາດຊ່ວຍພວກເຮົາລະບຸຕົວຕົນທ່ານໂດຍອັດຕະໂນມັດເມື່ອທ່ານກັບຄືນມາ ເວັບໄຊທ໌ ຫລື ແອັບຂອງພວກເຮົາ. ຄຸກກີ້ຊ່ວຍພວກເຮົາກວດສອບຮູບແບບການຈະລາຈອນຂອງ ເວັບໄຊທ໌, ປັບປຸງ ເວັບໄຊທ໌ ແລະຕັດສິນວ່າ ການບໍລິການຫຍັງແດ່ເປັນທີ່ນິຍົມ. ນອກນັ້ນພວກເຮົາຍັງໃຊ້ ຂໍ້ມູນດັ່ງກ່າວເພື່ອນຳສົ່ງເນື້ອຫາ ແລະ ການໂຄສະນາທີ່ກຳນົດເອງໃຫ້ແກ່ ຜູ້ໃຊ້ ການບໍລິການຜູ້ທີ່ສະແດງພຶດຕິກຳວ່າພວກເຂົາສົນໃຈໃນຂົງເຂດຫົວຂໍ້ສະເພາະໜຶ່ງ.
ເວັບ ບຣາວເຊີສ່ວນໃຫ່ຍຖືກຕັ້ງເພື່ອຍອມຮັບ ຄຸກກີ້ຕາມຄ່າເລີ່ມຕົ້ນ. ຖ້າທ່ານຕ້ອງການ, ໂດຍປົກກະຕິ, ທ່ານສາມາດເລືອກ ຕັ້ງ ບຣາວເຊີຂອງທ່ານເພື່ອລຶບ ຄຸກກີ້ອອກ ແລະເພື່ອປະຕິເສດ ຄຸກກີ້. ຖ້າທ່ານເລືອກເພື່ອລຶບອອກ ຄຸກກີ້ ຫລື ປະຕິເສດ ຄຸກກີ້, ສິ່ງນີ້ສາມາດກະທົບຄຸນສົມບັດ ຫລື ການບໍລິການໜຶ່ງໆໃນເວັບໄຊທ໌ຂອງພວກເຮົາ.
ໂດຍຫຍໍ້: ພວກເຮົາມີເປົ້າໝາຍເພື່ອປົກປ້ອງ ຂໍ້ມູນສ່ວນຕົວຂອງທ່ານຜ່ານລະບົບຂອງການຈັດຕັ້ງ ແລະ ມາດຕະການຄວາມປອດໄພທາງເຕັກນິກ.
ພວກເຮົາໄດ້ປະຕິບັດມາດຕະການຄວາມປອດໄພຂອງອົງກອນ ແລະ ຄວາມປອດໄພທາງເຕັກນິກທີ່ເໝາະສົມເຊິ່ງອອກແບບມາເພື່ອປົກປ້ອງຄວາມປອດໄພຂອງທຸກຂໍ້ມູນສ່ວນຕົວທີ່ພວກເຮົາປະມວນຜົນ. ແນວໃດກໍຕາມ, ເຖິງວ່າຄວາມພະຍາຍາມການປົກປ້ອງຂອງພວກເຮົາຮັກສາຂໍ້ມູນຂອງທ່ານ, ແຕ່ວ່າຈະບໍ່ຮັບປະກັນຄວາມປອດໄພ 100% ສຳລັບການສົ່ງຜ່ານທາງອີເລັກໂຕຣນິກໃນອິນເຕີເນັດ ຫລື ເທັກໂນໂລຊີການເກັບຮັກສາຂໍ້ມູນ, ສະນັ້ນພວກເຮົາບໍ່ສາມາດໃຫ້ຄຳສັນຍາ ຫລື ຮັບປະກັນວ່າແຮ໊ກເກີ, ອາຊະຍາກຳທາງໄຊເບີ້ ຫລື ພາກສ່ວນທີສາມທີ່ບໍ່ໄດ້ຮັບອະນຸຍາດອື່ນໆຈະບໍ່ສາມາດເອົາຊະນະລະບົບຄວາມປອດໄພຂອງພວກເຮົາ ແລະ ເກັບເອົາ, ເຂົ້າເຖິງ, ລັກ ຫລື ແກ້ໄຂຂໍ້ມູນຂອງທ່ານຢ່າງບໍ່ເໝາະສົມ. ເຖິງແມ່ນວ່າພວກເຮົາຈະເຮັດສຸດຄວາມສາມາດຂອງພວກເຮົາຕໍ່ກັບ ຂໍ້ມູນສ່ວນຕົວຂອງທ່ານ, ແຕ່ການສົ່ງ ຂໍ້ມູນສ່ວນຕົວໄປຍັງ ຫລື ອອກຈາກ ເວັບໄຊທ໌ຂອງພວກເຮົາແມ່ນທ່ານເອງຈະຮັບຜິດຊອບຕໍ່ຄວາມສ່ຽງນັ້ນ. ທ່ານຄວນພຽງ ເຂົ້າເຖິງ ເວັບໄຊທ໌ພາຍໃນສະພາບແວດລ້ອມທີ່ປອດໄພ.
ເວັບ ບຣາວເຊີສ່ວນຫລາຍ ແລະບາງ ລະບົບປະຕິບັດການຂອງມືຖື ແລະ ແອັບພລິເຄຊັ່ນມືຖືຈະມີຄຸນສົມບັດ ຫລື ການຕັ້ງຄ່າ Do-Not-Track (“DNT”) ທ່ານສາມາດເປີດໃຊ້ງານເພື່ອໃຫ້ສັນຍານຄວາມຕ້ອງການດ້ານ ຄວາມເປັນສ່ວນຕົວຂອງທ່ານເພື່ອບໍ່ໃຫ້ຕິດຕາມ ແລະເກັບເອົາບັນດາກິດຈະກຳການທ່ອງເວັບອິນໄລນ໌ຂອງທ່ານ. ໃນຂັ້ນນີ້, ຈະບໍ່ມີມາດຕະຖານເທັກໂນໂລຊີແບບສະບັບເພື່ອການຮັບຮູ້ ແລະປະຕິບັດ ສັນຍານ DNT ໄດ້ຖືກກຳນົດເປັນຂັ້ນສຸດທ້າຍ. ຍ້ອນແນວນັ້ນ, ຂະນະນີ້ພວກເຮົາບໍ່ຕອບສະໜອງຕໍ່ສັນຍານ ບຣາວເຊີ DNT ຫລື ກົນໄກອື່ນໆທີ່ສື່ສານທາງເລືອກການບໍ່ຖືກຕິດຕາມອອນລາຍໂດຍອັດຕະໂນມັດ. ຖ້ານຳໃຊ້ມາດຕະຖານສຳລັບການຕິດຕາມອອນລາຍ ເຊິ່ງພວກເຮົາຕ້ອງປະຕິບັດຕາມໃນອະນາຄົດ, ພວກເຮົາຈະແຈ້ງໃຫ້ທ່ານຊາບກ່ຽວກັບການປະຕິບັດນັ້ນໃນສະບັບແກ້ໄຂຂອງ ແຈ້ງການຄວາມເປັນສ່ວນຕົວນີ້.
ການບໍລິການຂອງພວກເຮົາໄດ້ຮັບການຄວບຄຸມ ແລະ ດຳເນີນໂດຍພວກເຮົາຈາກ ສະຫະລັດອາເມລິກາ, ມີໃຫ້ສຳລັບພົນລະເມືອງແຫ່ງ ສະຫະລັດອາເມລິກາ ແລະ ບໍ່ມີເຈດຕະນາບັງຄັບພວກເຮົາໃນການປະຕິບັດຕາມ ກົດໝາຍ ຫລື ອຳນາດສານຂອງລັດ, ປະເທດ, ອານາເຂດໃດໜຶ່ງ ນອກເໜືອຈາກຕົວທີ່ຢູ່ໃນ ສະຫະລັດອາເມລິກາ. ຂໍ້ມູນໃດໜຶ່ງທີ່ທ່ານສະໜອງຜ່ານການໃຊ້ການບໍລິການອາດຈະຖືກເກັບໄວ້ ແລະ ປະມວນຜົນ, ໂອນ ລະຫວ່າງ ແລະ ເຂົ້າເຖິງຈາກ ສະຫະລັດອາເມລິກາ ແລະ ປະເທດອື່ນ ເຊິ່ງບໍ່ອາດຮັບປະກັນລະດັບການປ້ອງກັນຂໍ້ມູນສ່ວນຕົວອັນດຽວກັນຄືກັບຂໍ້ມູນໃນບ່ອນທີ່ທ່ານອາໄສຢູ່. ຖ້າທ່ານບໍ່ຕ້ອງການ ຂໍ້ມູນສ່ວນຕົວຂອງທ່ານອອກນອກປະເທດຂອງທ່ານ, ຢ່າສະໜອງຂໍ້ມູນດັ່ງກ່າວແກ່ ລາງວັນເພື່ອຄວາມຍຸຕິທຳ ແລະ ຢ່າໃຊ້ ເວັບໄຊທ໌ຂອງພວກເຮົາ. ໂດຍການສະໜອງ ຂໍ້ມູນສ່ວນຕົວໃຫ້ ລາງວັນເພື່ອຄວາມຍຸຕິທຳ, ທ່ານຍິນຍອມຢ່າງຊັດເຈນເພື່ອໂອນຂໍ້ມູນຂອງທ່ານໄປຍັງ ສະຫະລັດອາເມລິກາ.
ລາງວັນເພື່ອຄວາມຍຸຕິທຳ ຫລື ຜູ້ໃຫ້ບໍລິການຂອງມັນອາດໂອນຂໍ້ມູນສ່ວນຕົວຂອງທ່ານຈາກ ເຂດເສດຖະກິດເອີຣົບ (EEA) ຫາ ປະເທດອື່ນ, ບາງການໂອນດັ່ງກ່າວຍັງບໍ່ໄດ້ຖືກຕັດສິນໂດຍ ຄະນະກຳມາທິການເອີຣົບເພື່ອສະໜອງລະດັບການປົກປ້ອງຂໍ້ມູນທີ່ພຽງພໍອີງຕາມມາດຕະຖານ EEA. ສຳລັບການໂອນໄປຫາປະເທດທີ່ບໍ່ຮຽກຮ້ອງລະດັບການປົກປ້ອງຂໍ້ມູນທີ່ສອດຄ່ອງກັບມາດຕະຖານ EEA, ລາງວັນເພື່ອຄວາມຍຸຕິທຳ ໃຊ້ ກົນໄກທາງກົດໝາຍຫລາຍຢ່າງເພື່ອປົກປ້ອງ ຂໍ້ມູນສ່ວນຕົວຂອງທ່ານ, ລວມທັງບົດບັນຍັດສັນຍາ ແລະການຮັບປະກັນທີ່ເປັນລາຍລັກອັກສອນຈາກ ຜູ້ໃຫ້ບໍລິການ.
ພວກເຮົາຈະຈັດການ ຂໍ້ມູນສ່ວນຕົວຂອງທ່ານອີງຕາມ ນະໂຍບາຍຄວາມເປັນສ່ວນຕົວນີ້ໂດຍບໍ່ຄຳນຶງວ່າ ຂໍ້ມູນສ່ວນຕົວຂອງທ່ານຖືກເກັບຮັກສາ ຫລື ເຂົ້າເຖິງຢູ່ໃສ.
ລິ້ງຫາເວັບໄຊທ໌ນອກ ລັດຖະບານກາງ ສຫລ ຫລື ການໃຊ້ຊື່ການຄ້າ, ບໍລິສັດ ຫລື ຄອຣໂພເຣຊັ່ນ (corporation) ພາຍໃນ ເວັບໄຊທ໌ ລາງວັນເພື່ອຄວາມຍຸຕິທຳແມ່ນສຳລັບຄວາມສະດວກຂອງ ຜູ້ໃຊ້. ການໃຊ້ດັ່ງກ່າວບໍ່ເປັນການສະໜັບສະໜູນທີ່ເປັນທາງການ ຫລື ການອະນຸມັດໂດຍ ກະຊວງການຕ່າງປະເທດ ສະຫະລັດ ຫລື ໂຄງການ ລາງວັນເພື່ອຄວາມຍຸຕິທຳ ສຳລັບ ເວັບໄຊທ໌ຂະແໜງເອກະຊົນ, ຜະລິດຕະພັນ ຫລື ການບໍລິການໃດໜຶ່ງ.
ຫ້າມຢ່າງເຂັ້ມງວດສຳລັບຄວາມພະຍາຍາມໃນການອັບໂຫລດຂໍ້ມູນ ແລະ/ຫລື ປ່ຽນແປງຂໍ້ມູນໃນເວັບໄຊທ໌ນີ້ ແລະ ຈະຖືກສົ່ງຟ້ອງສານພາຍໃຕ້ ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີປີ 1986, 18 U.S.C. § 1030, ແລະຂໍ້ກົດໝາຍ (section) 1001 ຂອງຊື່ກົດໝາຍ (Title) 18.
ທ່ານອາດເບິ່ງ ນະໂຍບາຍຄວາມເປັນສ່ວນຕົວຂອງ ກະຊວງການຕ່າງປະເທດ ສະຫະລັດ ທີ່ https://www.state.gov/privacy-policy/
ພວກເຮົາຍິນດີຕ້ອນຮັບ ຄຳຄິດເຫັນຕິຊົມຫາກທ່ານມີຄຳຖາມໃດໜຶ່ງກ່ຽວກັບ ນະໂຍບາຍຄວາມເປັນສ່ວນຕົວ ຫລື ການໃຊ້ຂໍ້ມູນຂອງທ່ານ.. ເອກະສານການປະຕິບັດຕາມນະໂຍບາຍຄວາມເປັນສ່ວນຕົວຂອງກະຊວງແມ່ນມີໃຫ້ທີ່ ການປະເມີນຜົນກະທົບຄວາມເປັນສ່ວນຕົວ (PIA) ແລະ ແຈ້ງການລະບົບຂອງການບັນທຶກ (SORN). ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ, ກະລຸນາຕິດຕໍ່ພວກເຮົາທີ່ privacy@state.gov ຫລື ທາງໄປສະນີທີ່:
Office of Global Information Services
Privacy Office – A/GIS/PRV
State Annex 9
U.S. Department of State
Washington, DC 20006
You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.
Please open your Line app to submit a tip. The number is +1 202 702 7843
Please open your Viber app to submit a tip. The number is +1 202 702 7843
Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion
ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.
ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843
ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843
ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843
ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843
ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion