ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ກ່ຽວກັບ

ພາບລວມໂຄງການ

ປະຫວັດໂຄງການ ແລະ ໜ່ວຍງານມີອຳນາດຕາມກົດໝາຍ

RFJ, ໂຄງການເງິນລາງວັນດ້ານ ຄວາມປອດໄພຂອງຊາດຂອງ ກະຊວງການຕ່າງປະເທດແຫ່ງ ສຫລ ແມ່ນສ້າງຕັ້ງຂຶ້ນໂດຍ ກົດໝາຍເພື່ອປາບປາມ ລັດທິກໍ່ການຮ້າຍສາກົນ 1984, ກົດໝາຍມະຫາຊົນ 98-533 (1984 Act to Combat International Terrorism, Public Law 98-533) (ຈັດໃນລະຫັດ 22 U.S.C. § 2708). ຄຸ້ມຄອງໂດຍ ກົມຄວາມປອດໄພທາງການທູດຂອງ ກະຊວງການຕ່າງປະເທດ, ພາລະກິດຂອງ RFJ ແມ່ນເພື່ອມອບລາງວັນເພື່ອຮັບຂໍ້ມູນທີ່ປົກປ້ອງຊີວິດຄົນອາເມລິກາ ແລະ ຜົນປະໂຫຍດຂອງ ສຫລ ແລະ ສົ່ງເສີມຄວາມປອດໄພຂອງຊາດ.  

ຕັ້ງແຕ່ປີ 1984, ສະພາຄອນເກຣຊ໌ໄດ້ຂະຫຍາຍໜ່ວຍງານທີ່ມີອຳນາດຕາມກົດໝາຍຂອງ RFJ ເພື່ອມອບລາງວັນສຳລັບຂໍ້ມູນໃນສີ່ໝວດທີ່ກວ້າງຂວາງຄື:

  • ລັດທິກໍ່ການຮ້າຍ. ສຳລັບຂໍ້ມູນທີ່:
    • ນຳໄປສູ່ການຈັບຕົວ ຫລື ສານຕັດສິນວ່າກະທຳຜິດສຳລັບຜູ້ໃດໜຶ່ງທີ່ວາງແຜນ, ກະທຳຜິດ, ຊ່ວຍເຫລືອ ຫລື ພະຍາຍາມກະທຳການກໍ່ການຮ້າຍສາກົນຕໍ່ປະຊາຊົນ ຫລື ຊັບສິນ ຂອງສະຫະລັດ ຫລື ຕ່າງປະເທດ;
    • ປ້ອງກັນການເກີດຂຶ້ນຂອງການກະທຳດັ່ງກ່າວໃນແຕ່ຕົ້ນ;
    • ລະບຸຕົວຕົນ ຫລື ຫາທີ່ລີ້ຊ່ອນຂອງຜູ້ນຳ ຜູ້ກໍ່ການຮ້າຍທີ່ສຳຄັນ; ຫຼື
    • ຂັດຂວາງ ກົນໄກທາງການເງິນຂອງ ອົງການກໍ່ການຮ້າຍຕ່າງປະເທດ.  ນີ້ແມ່ນລວມທັງການຂັດຂວາງ ເຄືອຂ່າຍການລັກພາຕົວ ແລະເຫດການລັກພາຕົວທີ່ສະໜັບສະໜູນທາງດ້ານການເງິນແກ່ອົງການດັ່ງກ່າວ. 
  • ການແຊກແຊງການເລືອກຕັ້ງຂອງຕ່າງປະເທດ. ສຳລັບຂໍ້ມູນທີ່:
    • ນຳໄປສູ່ການລະບຸຕົວຕົນ ຫຼື ທີ່ຕັ້ງຂອງຄົນຕ່າງປະເທດໃດໜຶ່ງ ຜູ້ທີ່ມີສ່ວນຮ່ວມ ຫຼື ກຳລັງມີສ່ວນຮ່ວມໃນການແຊກແຊງການເລືອກຕັ້ງຕ່າງປະເທດໂດຍເຈດຕະນາ, ລວມເຖິງກິດຈະກຳທີ່ລະເມີດກົດໝາຍອາຍາລັດຖະບານກາງ, ສິດທິການລົງຄະແນນ ຫຼື ກົດໝາຍທາງດ້ານການເງິນໃນການລົນນະລົງ ຫຼື ກິດຈະກຳດັ່ງກ່າວທີ່ຖືກດຳເນີນການໂດຍບຸກຄົນໃດໜຶ່ງທີ່ເປັນຕົວແທນ ຫຼື ຕາງໜ້າ ຫຼື ປະສານງານກັບ, ລັດຖະບານຕ່າງປະເທດ ຫຼື ວິສາຫະກິດທີ່ກະທຳຜິດກົດໝາຍ.
    • ນຳໄປສູ່ການປ້ອງກັນ, ການປ້ອງກັນບໍ່ໃຫ້ສຳເລັດຜົນ ຫຼື ເປັນຜົນດີຕໍ່ການແກ້ໄຂບັນຫາການກະທຳໃນການແຊກແຊງການເລືອກຕັ້ງຂອງຕ່າງປະເທດ
  • ການເຄື່ອນໄຫວທາງໄຊເບີ້ທີ່ມີຈຸດປະສົງມຸ່ງຮ້າຍ. ສຳລັບຂໍ້ມູນທີ່:
    • ລະບຸຕົວຕົນ ຫລື ຫາທີ່ລີ້ຊ່ອນຂອງບຸກຄົນໃດໜຶ່ງ ໃນຂະນະທີ່ກະທຳພາຍໃຕ້ການຊີ້ນຳ ຫລື ພາຍໃຕ້ການຄວບຄຸມຂອງ ລັດຖະບານຕ່າງປະເທດ, ຊ່ວຍເຫຼືອ ຫລື ສະໜັບສະໜູນຕໍ່ການລະເມີດ ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີ (“CFAA”), 18 U.S.C. § 1030.  ນີ້ລວມທັງການແຊກແຊງການເລືອກຕັ້ງຂອງຕ່າງປະເທດ.
  • ເກົາຫຼີເໜືອ. ສຳລັບຂໍ້ມູນທີ່:
    • ຂັດຂວາງ ກົນໄກທາງການເງິນຂອງບຸກຄົນ ຫລື ອົງກອນທີ່ມີສ່ວນຮ່ວມໃນກິດຈະກຳໜຶ່ງໆທີ່ສະໜັບສະໜູນ ລັດຖະບານເກົາຫຼີເໜືອ ຫຼື
    • ລະບຸຕົວຕົນ ຫລື ຫາທີ່ລີ້ຊ່ອນຂອງບຸກຄົນໃດໜຶ່ງຜູ້ທີ່, ໃນຂະນະທີ່ກະທຳພາຍໃຕ້ການຊີ້ນຳ ຫລື ພາຍໃຕ້ການຄວບຄຸມຂອງ ລັດຖະບານ ເກົາຫຼີເໜືອ, ຊ່ວຍເຫຼືອ ຫລື ສະໜັບສະໜູນຕໍ່ການລະເມີດ ກົດໝາຍວ່າດ້ວຍການລະເມີດ ແລະການສໍ້ໂກງທາງຄອມພິວເຕີ (“CFAA”), 18 U.S.C. § 1030.  ນີ້ລວມທັງການໂຈມຕີທາງໄຊເບີ້ ແລະການບຸກລຸກເຂົ້າໃນ ລະບົບຂອງລັດຖະບານ ສຫລ.

ການໂຄສະນາກ່ຽວກັບການສະເໜີລາງວັນ

ເມື່ອ ລັດຖະມົນຕີກະຊວງການຕ່າງປະເທດອະນຸມັດການສະເໜີເງິນລາງວັນ, RFJ ລົງໂຄສະນາມັນ ແລະມີສ່ວນຮ່ວມກັບຜູ້ຊົມເປົ້າໝາຍໃນລັກສະນະທີ່ເໝາະສົມດ້ານວັດທະນະທຳໂດຍໃຊ້ເຄື່ອງມືຫລາກຫລາຍ, ລວມເຖິງ ສື່ສັງຄົມອອນລາຍ, ແອັບພລິເຄຊັ່ນແຊັດທາງສັງຄົມ ແລະ ສື່ປະເພນີອື່ນໆ.

ການປະມວນຜົນຂໍ້ມູນເບາະແສ

ການໂຄສະນາຂອງ RFJ ແນະນຳຜູ້ຄົນສົ່ງຂໍ້ມູນຂອງພວກເຂົາທາງຂໍ້ຄວາມຫາ ສາຍຂໍ້ມູນພາສາສະເພາະຂອງ RFJ ທີ່ມີຫລາຍຢ່າງກວ້າງຂວາງ ແລະ ແອັບພລິເຄຊັ່ນການສົ່ງຮັບຂໍ້ຄວາມທີ່ເຂົ້າລະຫັດ, ລວມເຖິງ Signal, Telegram, ແລະ WhatsApp. ນອກນັ້ນບຸກຄົນຍັງອາດສົ່ງຂໍ້ມູນຂອງພວກເຂົາທາງອີເມວ ແລະ ບັນຊີ ສື່ສັງຄົມອອນລາຍ.
RFJ ກະຈາຍຂໍ້ມູນເບາະແສທີ່ເໝາະສົມໄປໃຫ້ ສຳນັກງານ USG ອື່ນໆ. 

ການຈ່າຍເງິນລາງວັນ

ຖ້າຂໍ້ມູນທີ່ໃຫ້ໂດຍຜູ້ໃຫ້ຂ່າວມີຜົນຕາມມາທີ່ດີ, ສຳນັກງານສຶບສວນຂອງ ສຫລ ທີ່ກຳລັງເຮັດວຽກກັບຄະດີນັ້ນອາດຕັດສິນໃຈໃນການສະເໜີຊື່ ຜູ້ໃຫ້ຂ່າວສຳລັບການຈ່າຍເງິນລາງວັນ. ຄະນະກຳມະການທີ່ມີຫລາຍໜ່ວຍງານກ່ຽວພັນ ກວດສອບການສະເໜີຊື່ສຳລັບເງິນລາງວັນ ຈາກນັ້ນສົ່ງເຖິງ ລັດຖະມົນຕີວ່າການກະຊວງການຕ່າງປະເທດເພື່ອຕັດສິນວ່າຈະຈ່າຍເງິນລາງວັນຫລືບໍ່.

ນັບຕັ້ງແຕ່ການກໍ່ຕັ້ງໃນປີ 1984, ໂຄງການໄດ້ຈ່າຍລາງວັນຫລາຍກວ່າ 250 ລ້ານໂດລາໃຫ້ຫລາຍກວ່າ 125 ຄົນທົ່ວໂລກ ຜູ້ທີ່ໄດ້ສະໜອງຂໍ້ມູນທີ່ເປັນປະໂຫຍດທີ່ໄດ້ຊ່ວຍເຫຼືອໃນການແກ້ໄຂໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດຂອງ ສະຫະລັດ.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please open your Line app to submit a tip. The number is +1 202 702 7843

Please open your Viber app to submit a tip. The number is +1 202 702 7843

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content